ບັນທຶກການເດີນທາງ (Travelling Diary)
ໃນຂະນະທີ່ຂຽນບົດຄວາມນີ້, ຂ້ອຍນັ່ງຢູ່ຫ້ອງລໍຖ້າຢູ່ສະໜາມບິນ ນາລິຕະ, ເມືອງ ໂຕກຽວ ເພຶ່ອຕໍ່ຍົນໄປລັດ ນິວຢອກ, ໂດຍປາຍທາງແມ່ນເມືອງ ອິທາກາ (Ithaca) ເຊິ່ງເປັນເມືອງທີ່ມະຫາໄລ ຄໍແນວ (Cornell University) ຕັ້ງຢູ່. ຖ້າຍ້ອນອາດີດ 10 ປີ ຄືນຫຼັງ, ການເດີນທາງໄປໄກແສນໄກ ແມ່ນເກືອບວ່າເປັນແນວຄິດທີ່ເປັນໄປບໍ່ໄດ້ ເພາະຄວາມຈິງທີ່ເຮົາປະເຊີນຢູ່ໃນຕອນນັ້ນແມ່ນຫຍຸ້ງຍາກຫຼາຍ ມີອາຫານກິນອີມທຸກຄາບກໍ່ດີແລ້ວ. ແຕ່ສິ່ງດຽວທີ່ຂ້ອຍມີກໍຄື ຄວາມຝັນ ຝັນທີ່ຢາກມີປີກບິນລ່ອງລອຍໄປທົ່ວມູມໂລກ, ຝັນທີ່ຢາກມີອານາຄົດທີ່ດີ. ຄວາມຝັນດັ່ງກ່າວ ໄດ້ເປັນດັ່ງແປວໄຟທີ່ຈຸດປະການໃຫ້ຂ້ອຍຊອກຫາຄວາມຮູ້, ເຊິ່ງຂ້ອຍໄດ້ພົບວ່າ ໜຶ່ງວິທີທີ່ຈະເຮັດໃຫ້ຄົນຈົນຄືເຮົາ ສາມາດບິນໄດ້ນັ້ນແມ່ນການສຶກສາ. ການສຶກສາບໍ່ຈໍາເປັນຕ້ອງເກັ່ງ ແຕ່ຮູ້ວ່າເຮົາຕ້ອງການຫຍັງ (ເຊັ່ນ: ພາສາອັງກິດ ແລະ ວິສາສະເພາະໃດໜຶ່ງ ແມ່ນຂາດບໍ່ໄດ້) ແລ້ວສຸມພັດທະນາສິ່ງທີ່ຕ້ອງການນີ້ຈົນໄດ້. ຂ້ອຍເຊື່ອ ແລະ ໄດ້ຮັບຮູ້ຕົວຈິງວ່າ ການສຶກສາທີ່ຖືກຕ້ອງ ຄືທາງອອກສໍາລັບຄົນຈົນ ທີ່ຈະຫຼຸດພົ້ນຈາກວົງຈອນແຫ່ງຄວາມທຸກ ແລະ ສ້າງອິດສະຫຼະໃຫ້ຕົນເອງຫຼາຍຂຶ້ນ, ເຊິ່ງທຸກໆໃນສັງຄົມເຮັດໄດ້ຖ້າຕັ້ງໃຈພໍ.ບັນທຶກການເດີນທາງ
ຂ້ອຍຮູ້ສຶກໂຊກດີຫຼາຍທີ່ເກີດເປັນຄົນລາວ ຍ້ອນວ່າ ສປປ ລາວ ໄດ້ຮັບທຶນການສຶກສາຈາກຕ່າງປະເທດຫຼາຍທຶນ ເຊັ່ນ: ທຶນ Australia Awards (ໄປປະເທດ ອົດສະຕາລີ), Chevening (ໄປປະເທດ ອັງກິດ), Fulbright (ໄປປະເທດ ອາເມລິກາ), Erasmus + (ໄປບັນດາປະເທດ ເອີລົບ), MEXT (ໄປປະເທດ ຍີ່ປຸ່ນ) ແລະ ທຶນອື່ນໆອີກ ຈໍານວນຫຼາຍ. ທຶນທີ່ກ່າວມາເຫຼົ່ານີ້ ຄັດເລືອກຕາມຄວາມສາມາດຢ່າງໂປ່ງໃສ ສະນັ້ນ ເຮົາຈຶ່ງບໍ່ສາມາດໂທດຄໍາວ່າ ເອົາແຕ່ລູກເຈົ້າຫຼານນາຍ ເພື່ອປັດຄວາມຮັບຜິດຊອບທີ່ຕົນເອງບໍ່ໃຊ້ຄວາມພະຍາຍາມ.
ເຖິງແມ່ນວ່າ ການເດີນທາງບາງຄັ້ງເຮັດໃຫ້ເຮົາຕ້ອງອອກຈາກ ຄວາມເຄີຍຊິນແບບສະດວກສະບາຍຂອງເຮົາ (Comfort Zone), ຕ້ອງພັດພາກຈາກຄອບຄົວ ຫຼື ບາງຄັ້ງກໍເສຍໂອກາດຫາເງິນຄໍາ, ແຕ່ການເດີນທາງເຮັດໃຫ້ຊິວິດເຮົາມີສີສັນຫຼາຍຂຶ້ນ. ສິ່ງສໍາຄັນ, ການເດີນທາງເຮັດໃຫ້ເຮົາເຕີບໃຫຍ່, ມີທັດສະນະຄະຕິ ທີ່ກ້ວາງຂວາງແບບສາກົນ, ມີແຮງບັນດານໃຈ ແລະ ມີແນວຄິດສ້າງສັນໃໝ່ໆ.
ຕອນນີ້ຂ້ອຍຖືວ່າຕົນເອງ ຍັງບໍ່ໄດ້ສ້າງຜົນງານ ຫຼື ປະສົບຜົນສໍາເລັດຫຍັງເທື່ອ, ແຕ່ກໍຈະພະຍາຍາມເຮັດດີທີ່ສຸດເທົ່າທີ່ຄົນຜູ້ໜຶ່ງຈະເຮັດໄດ້.
ຈິນດາວອນ
ທີ່ ສະໜາມບິນ ນາລິຕະ, ເມືອງ ໂຕກຽວ.
07.08.2022
Comments
Post a Comment