ຝັນ ແລະ ສ້າງຝັນ (Dreams and Do)



ຕະຫຼອດຊີວິດ, ຂ້ອຍໃຊ້ເວລາເພື່ອພິສູດຄໍາເວົ້າທີ່ວ່າ “ຊີວິດ ເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້”. ເຖິງມື້ນີ້ ເຈົ້າອາດຈະຢູ່ໃນສະຖານະການທີ່ຫຍຸ້ງຍາກລໍາບາກ, ຢ່າງນ້ອຍສຸດ ຂ້ອຍກໍຢາກໃຫ້ເຈົ້າມີເປົ້າໝາຍ ແລະ ມີຄວາມຝັນ ເພື່ອຈະພັດທະນາໃຫ້ຕົນໃຫ້ຫຼຸດພົ້ນຈາກສິ່ງທີ່ເປັນຢູ່ໃນປັດຈຸບັນ. ການມີເປົ້າໝາຍ ແລະ ມີຄວາມຝັນ ຍັງເຮັດໃຫ້ການຕື່ນຂື້ນມາໃນທຸກເຊົ້າ ມີຄວາມໝາຍ ເພາະເຮົາຮູ້ວ່າເຮົາຕື່ນມາເພື່ອຈະສານຝັນໃຫ້ຢັບເຂົ້າໃກ້ຄວາມເປັນຈິງ. ເຖິງແມ່ນວ່າມັນຈະດີຂຶ້ນພຽງເລັກນ້ອຍກໍດີ. ບາງຄັ້ງເຮົາອາດຈະຄິດວ່າ ເຖິງພະຍາຍາມເທົ່າໃດ ກໍບໍ່ມີຫຍັງດີຂຶ້ນ. ແຕ່ເຊື້ອເຖາະວ່າ ຖ້າເຈົ້າເຮັດທຸກມື້ ແລະ ເຮັດຢ່າງຕໍ່ເນືອງ, ນັ້ນກໍໝາຍຄວາມວ່າເຈົ້າກໍາລັງຢູ່ໃນຂະບວນສ້າງການປ່ຽນແປງຢ່າງແນ່ນອນ. ພຽງແຕ່ບາງຄັ້ງ, ເຈົ້າອາດຈະບໍ່ເຫັນພາບລວມ ເພາະເຈົ້າຍັງຢູ່ໃນຂະບວນການສ້າງຝັນ. ບໍ່ມີສິ່ງຍິ່ງໃຫຍ່ໃດ ໄດ້ມາຢ່າງງ່າຍດ່າຍ. ຈົ່ງຕັ້ງໃຈ ແລະ ອົດທົນ

ຈິນດາວອນ
ບັນທຶກສ່ວນຕົວ
16/9/2018
ທີ່ເມືອງ ອາດິເລດ, ອົດສະຕາລີໃຕ້


Comments

Popular posts from this blog

7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້

ເປັນຫຍັງເຮົາ (ບັນດາປະເທດ) ຈຶ່ງພັດທະນາບໍ່ເທົ່າກັນ? ແລ້ວລາວເຮົາເດ?

ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ