ຂໍ້ຄິດໃນວັນນີ້ ຈາກຫຼັກການ P/PC Balance




ເມື່ອເວົ້າເຖິງການດໍາລົງຊີວິດ ຫຼາຍໆຄົນກໍຢາກໃຫ້ຕົນເອງປະສົບຜົນສໍາເລັດ. ປະສົບຜົນສໍາເລັດໃນທີ່ນີ້ອາດໝາຍເຖິງ ຄວາມກ້າວໜ້າໃນການສຶກສາຮໍ່າຮຽນ, ຄວາມກ້າວໜ້າໃນໜ້າທີ່ການງານ, ການມີອິດສະຫຼະ ແລະ ຄວາມໝັ້ນຄົນທາງດ້ານການເງິນ ແລະ ອື່ນໆ. ເຊິ່ງສິ່ງເຫຼົ່ານີ້, ສຸດທ້າຍແລ້ວ ກໍເພື່ອເຮັດໃຫ້ຕົນເອງ ແລະ ຄົນທີຕົນຮັກມີຄວາມສຸກ. 



ແຕ່ເຄີຍສົງໃສບໍ່ວ່າ ເປັນຫຍັງ ບາງຄົນເຮັດໄດ້ດີ ແລະ ປະສົບຜົນສໍາເລັດ ໃນຂະນະທີຄົນອື່ນລົ້ມແຫຼວ? 

ມື້ນີ້ ຂ້າພະເຈົ້າໄດ້ອ່ານປື້ມ ເຈັດອຸປະນິດໃສຂອງຄົນທີ່ມີປະສິດທິຜົນ ຂຽນໂດຍ Stephen Covey (ສເຕຟັນ ໂຄເວ) ແລະ ໄດ້ຂໍຄິດຕໍ່ກັບຄໍາຖາມທີ່ກ່າວໄວ້ຂ້າງເທິງນັ້ນ ເລີຍຢາກແບ່ງປັນ. 

ທ່ານ ສເຕຟັນ ໄດ້ກ່າວໄວ້ວ່າ:  ຄົນທີ່ປະສົບຜົນສໍາເລັດຕ້ອງເປັນຄົນທີມີປະສິດທິຜົນທີແທ້ຈິງ. ຄົນທີ່ມີປະສິດທິຜົນທີແທ້ຈິງນັ້ນ ຕ້ອງມີ 2 ອົງປະກອບ ຄື: ຜົນຂອງງານ (Product) ແລະ ຄວາມສາມາດໃນການຜະລິດຜົນຂອງງານ (Production Capacity). ທ່ານ ສເຕຟັນໄດ້ ຂຽນເປັນສູດອອກມາວ່າ PC = P ເຊິ່ງເປັນສູດແຫ່ງຄວາມສໍາເລັດ. ເພີ່ນໄດ້ອະທິບາຍໄວ້ວ່າ ກ່ອນຈະເປັນຄົນມີປະສິດທິຜົນ ແລະ ກາຍເປັນຜູ້ປະສົບຜົນສໍາເລັດນັ້ນ ຄົນຜູ້ໜຶ່ງຕ້ອງໄດ້ພັດທະນາ ຄວາມສາມາດໃນການສ້າງຜົນຜະລິດ ຢ່າງຕັ້ງໜ້າ. ຕົວຢ່າງເຊັ່ນ: ຖ້າທ່ານຢາກຫາເງິນໃຫ້ໄດ້ 10 ລ້ານກີບ/ເດືອນ, ທ່ານຕ້ອງຮຽນຮູ້ ແລະ ເຮັດໃຫ້ຕົນເອງມີຄວາມຮູ້ຄວາມສາມາດທີ່ຈະສ້າງເງິນຈໍານວນນັ້ນໄດ້. ຄວາມຮູ້ຄວາມສາມາດດັ່ງກ່າວເອີ້ນວ່າ PC (Production Capacity), ສ່ວນເງິນທີທ່ານສ້າງໄດ້ນັ້ນ ເອີ້ນວ່າ P (Product) ຫຼື ເວົ້າຢ່າງໜຶ່ງວ່າ ຄວາມສາມາດໃນການຜະລິດຜົນຂອງງານ ເທົ່າກັບ ຜົນຂອງງານ (PC = P)

ທ່ານອາດຈະມີຄໍາຖາມຕໍ່ໄປວ່າ ແລ້ວສູດນີ້ມັນສໍາຄັນແນວໃດ ເປັນຫຍັງຂ້ອຍຕ້ອງສົນໃຈ? ຂ້າພະເຈົ້າຄິດວ່າມັນສໍາຄັນຫຼາຍ ເຊິ່ງຈະອະທິບາຍຫຍໍ້ຄືດັ່ງລຸ່ມນີ້: 

ຫຼາຍຄົນມີຄວາມຝັນຢາກປະສົບຜົນສໍາເລັດ ແຕ່ບໍ່ໃສ່ໃຈພັດທະນາ PC ຂອງຕົນເອງ. ຄົນເຮົາມັກຈະເອົາເວລາອັນມີຄຸນຄ່າໄປສົນໃຈກັບຄົນອື່ນວ່າ ຜູ້ນີ້ປະສົບຜົນສໍາເລັດແບບນັ້ນ, ຜູ້ນັ້ນປະສົບຜົນສໍາເລັດແບບນີ້ ແລ້ວກໍຕໍ່າຄ່ອຍນ້ອຍໃຈກັບວາດສະໜາຕົນເອງ. ແຕ່ຄວາມຈິງແລ້ວ ການທີ່ຄົນໆປະສົບຜົນສໍາເລັດໄດ້ ແມ່ນຍ້ອນເຂົາເຈົ້າພັດທະນາ ແລະ ຖະນຸບໍາລຸງ PC ຫຼື ຄວາມສາມາດໃນການຜະລິດຜົນງານ ຢ່າງຕໍ່ເນືອງມາດົນແລ້ວ ຈຶ່ງເຮັດໃຫ້ເຂົາເຈົ້າສາມາດສ້າງຄຸນຄ່າຂອງງານ ທີ່ເປັນຕົວຊີ້ວັດຄວາມສໍາເລັດ. 

ສະນັ້ນ, ຖ້າໃນວັນນີ້ ຊີວິດເຮົາຍັງຕົກຕໍ່າ ເຮັດຫຍັງກໍບໍ່ປະສົບຜົນສໍາເລັດ ເຮົາຄວນກັບມາເບິ່ງຕົນເອງ ແລ້ວຖາມຕົນເອງວ່າ ຂ້ອຍໄດ້ພະຍາຍາມພັດທະນາຄວາມຮູ້ຄວາມສາມາດ (PC) ຂອງຕົນເອງເຕັມທີ່ແລ້ວບໍ່? ຖ້າຍັງ, ເຮົາກໍຄວນກັບມາໃສ່ໃຈ ແລະ ພັດທະນາ PC ຂອງຕົນເອງໃຫ້ມີຄວາມເຂັ້ມແຂງ ເພື່ອໃນວັນໜຶ່ງເຮົາຈະໄດ້ສາມາດສ້າງ ຜົນຂອງງານ ນັ້ນກໍຄື P ໃຫ້ເບັ່ງບານ. ແລ້ວໃນວັນນັ້ນ, ເຮົາຈະໄດ້ຮູ້ລົດຊາດວ່າ ຄວາມສໍາເລັດນັ້ນເປັນແນວໃດ. ຄືດັ່ງຂ້າພະເຈົ້າເອງ ທີ່ເປັນເດັກຕ່າງແຂວງ ແຕ່ໄດ້ຕັ້ງໃຈຮໍ່າຮຽນຢ່າງເຕັມທີ່ເພື່ອສ້າງຄວາມສາມາດໃຫ້ແກ່ຕົນເອງ ແລະ ຕອນນີ້ ຜົນຂອງຄວາມຕັ້ງໃຈນັ້ນໄດ້ເປັນຕົວເປັນຕົນແລ້ວ. ຂ້າພະເຈົ້າໄດ້ຮັບທຶນການສຶກສາ ມາຮຽນຕໍ່ຢູ່ປະເທດອົດສະຕາລີ, ໄດ້ຮຽນ, ທ່ອງທ່ຽວ ແລະ ພົບຜູ້ຄົນຈາກທົ່ວໂລກ. ຂ້າພະເຈົ້າໄດ້ມີໂອກາດສໍາພັດກັບລົດຊາດຊີວິດທີ່ແຕກຕ່າງກັນ ທັງລົດຂົມ ແລະ ຫວານ. 

ສະນັ້ນ, ຖ້າໃນຕອນນີ້ ຊີວິດທ່ານຍັງບໍ່ດີພໍ ກໍຂໍໃຫ້ຈົ່ງໃຊ້ເວລາອັນມີຄ່າ ພັດທະນາ PC ຂອງຕົນເອງ. ຂ້າພະເຈົ້າເຊື່ອວ່າບໍ່ມີສິ່ງດີໆອັນໃດ ທີ່ໄດ້ມາງ່າຍໆ ແລະ ບໍ່ມີສິ່ງຍາກໆອັນໃດ ທີ່ເປັນໄປບໍ່ໄດ້

Comments

Popular posts from this blog

7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້

ເປັນຫຍັງເຮົາ (ບັນດາປະເທດ) ຈຶ່ງພັດທະນາບໍ່ເທົ່າກັນ? ແລ້ວລາວເຮົາເດ?

ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ