ເປັນຫຍັງເຮົາ (ບັນດາປະເທດ) ຈຶ່ງພັດທະນາບໍ່ເທົ່າກັນ? ແລ້ວລາວເຮົາເດ?
ການຈະເລີນເຕີມໂຕຂອງເສດຖະກິດປັດຈຸບັນນີ້ ອາໄສຄວາມຮູ້ຄວາມສາມາດໃນການປະດິດຄິດສ້າງສິ່ງໃໝ່ ໂດຍການໃຊ້ເທັກນິກ ເທັກໂນໂລຊີໃໝ່ໆ ທີ່ທັນສະໄໝ ແລະ ມີປະສິດທິພາບກ່ວາ.
![]() |
ຮູບຖ່າຍໂດຍ: ສົມໄຊ ແສງດາລາ |
ເຊິ່ງການປະດິດຄິດສ້າງເຫຼົ່ານີ້ເກີດມາຈາກຊັບພະຍາກອນມະນຸດ ຫຼື ຄົນທີ່ມີຄວາມຮູ້ຄວາມສາມາດໃນປະເທດນັ້ນໆ. ສ່ວນວ່າ ປະເທດໃດໜຶ່ງ ຈະມີປະຊາກອນທີ່ມີຄວາມຮູ້ຄວາມສາມາດ ຫຼື ບໍ່ນັ້ນ ສ່ວນໃຫຍ່ກໍຂຶ້ນກັບລະບົບການສຶກສາຂອງປະເທດນັ້ນ. ເພາະວ່າ ຄົນສ່ວນຫຼາຍໃຊ້ເກືອບເຄິ່ງຊີວິດໃນລະບົບການສຶກສາ (Formal Education) ເພື່ອຝຶກຝົນຫຼໍ່ຫຼອມ. ຖ້າປຽບທຽບວ່າໂຮງຮຽນເປັນເບົາຫຼໍ່ຮູບປັ້ນ ຖ້າເບົາຫຼໍ່ມີຄຸນນະພາບ ມີຄວາມປານິດ ແລະ ສ້າງສັນ ສິ່ງທີ່ຖືກຫຼໍ່ອອກມາກໍຈະມີຄຸນນະພາບ ມີຄວາມສວຍງາມເຊັ່ນດຽວກັນ. ແຕ່ກົງກັນຂ້າມ ຖ້າເບົາຫຼໍ່ມີຕໍານິ ສິ່ງຫຼໍ່ທີ່ຖືກສ້າງອອກມາກໍຈະມີຕໍານິ ເຊັ່ນດຽວກັນ. ດັ່ງນັ້ນ ການລົງທຶນໃນການສຶກສາ ກໍເໝືອນການລົງທຶນໃນການສ້າງເບົາຫຼໍ່ທີ່ດີ ມີຄຸນນະພາບ ແລະ ງົດງາມ.
ການມີຊັບພະຍາກອນມະນຸດທີ່ມີຄຸນນະພາບນັ້ນ ຈະເຮັດໃຫ້ເສດຖະກິດຂອງປະເທດນັ້ນໆຂະຫຍາຍຕົວໄວ ເພາະຄົນທີ່ມີຄຸນນະພາບເປັນປັດໄຈທີ່ກະຕຸ້ນໃຫ້ເກີດການປະດິດສ້າງເທັກໂນໂລຊີໃໝ່ໆທີ່ຊ່ວຍໃຫ້ການຜະລິດສິ່ງໃດໜຶ່ງມີປະສິດທິຜົນ ແລະ ມີປະສິດທິພາບສູງຂຶ້ນ. ທ່ານ ເດວິດ ແລນສ (Professor David Landes), ສາສະດາຈານ ດ້ານເສດຖະສາດ ແລະ ປະຫັວດສາດ ຢູ່ມະຫາວິທະຍາໄລ ຫາເວີດ (Harvard University) ໄດ້ກ່າວວ່າ “ຫົວໃຈສໍາຄັນຂອງການການພັດທະນາເສດຖະກິດ ແມ່ນຊັບສິນທາງປັນຍາ ເຊິ່ງປະກອບດ້ວຍການການສຶກສາຄົ້ນຄ້ວາ ແລະ ນໍາໃຊ້ຄວາມຮູ້ ທີ່ຍົກສູງເຕັກນິກ ຫຼຶ ວິທີ່ການເຮັດສິ່ງໃດສິ່ງໜຶ່ງ”. ວິທີການເຮັດສິ່ງໃດສິ່ງໜຶ່ງນີ້ ເຮົາເອີ້ນວ່າ ເທັກໂນໂລຊີ. ຍົກຕົວຢ່າງງ່າຍໆ ທ້າວ ສົມສີ ປູກຜັກຂາຍ. ທຸກໆມື້ ລາວຕ້ອງໃຊ້ເວລາປະມານ 3 ຊົ່ວໂມງເພື່ອຫົດນໍ້າສວນຜັກຂອງລາວ. ມີມື້ໜຶ່ງລູກຊາຍຂອງລາວ ເຫັນວ່າການເຮັດແບບນັ້ນທຸກມື້ ໃຊ້ເວລາຫຼາຍເກີນໄປ ຈຶ່ງຄິດຄົ້ນວິທີທີ່ຈະເຮັດໃຫ້ພໍ່ຂອງລາວສາມາດຫົດນໍ້າໃຫ້ທົ່ວສວນພາຍໃນເວລາ 5 ນາທີ. ລາວຄິດໄດ້ວ່າ ຖ້າລາວສາມາດປ່ອຍນໍ້າໄປຕາມທໍ່ ເພື່ອກະຈາຍນໍ້າທົ່ວສວນ ພໍ່ຂອງລາວກໍບໍ່ຈໍາເປັນຕ້ອງຫິວຄຸຫົດນໍ້າອີກຕໍ່ໄປ. ຫຼັງຈາກຕິດຕໍ່ທໍ່ນໍ້າທົ່ວສວນແລ້ວ ຈາກທີ່ວ່າທ້າວສົມສີໃຊ້ເວລາ 3 ຊົ່ວໃນການຫົດນໍ້າ ລາວກໍໃຊ້ເວລາພຽງແຕ່ 3 ນາທີ ເພື່ອເປີດ ແລະ ປິດນໍ້າຢູ່ກົງເຕີ. ນີ້ເປັນພຽງຕົວຢ່າງເລັກນ້ອຍຂອງການນໍາໃຊ້ເທັກໂນໂລຊີພື້ນຖານໃນການເພີ່ມສະມັດຕະພາບການເຮັດວຽກ. ແຕ່ໃນໂລກແຫ່ງຄວາມຈິງ ເຮົາເຫັນໄດ້ວ່າ ມີຕົວຢ່າງການໃຊ້ເທັກໂລໂນຊີຫຼາຍຢ່າງ ທີ່ມີພະລັງຫຼາຍກ່ວານີ້.
ຍົກຕົວຢ່າງ ປະເທດເກົາລີໃຕ້, ພາຍຫຼັງປະເທດໄດ້ຮັບການປົດປ່ອຍໃໝ່ ໃນ 1948, ປະເທດເກົາລີໃຕ້ ເປັນປະເທດທີ່ທຸກຍາກທີ່ສຸດ ແລະ ມີເສດຖະກິດທີ່ເພິ່ງພາການກະສິກໍາເປັນພື້ນຖານ ເພາະໃນໄລຍະນັ້ນ ເກົາລີໃຕ້ ແລະ ເໜືອ ຖືກແບ່ງແຍກກັນເປັນສອງປະເທດ. ຖານການຜະລິດທີ່ສໍາຄັນຂອງປະເທດສ່ວນໃຫຍ່ແມ່ນຢູ່ເກົາລີເໜືອ. ແຕ່ບໍ່ດົນຫຼັງຈາກນັ້ນ, ເກົາລີໃຕ້ໄດ້ເອົາໃຈໃສ່ໃນການຍົກສູງຄຸນນະພາບການການສຶກສາ ແນ່ໃສ່ການພັດທະນາເສດຖະກິດໃຫ້ກາຍເປັນອຸດສະຫະກໍາ ແລະ ສົ່ງອອກ. ເກົາລີໃຕ້ໄດ້ເອົາໃຈໃສ່ເປັນພິເສດໃນເລື່ອງການຄົ້ນຄ້ວາ ແລະ ພັດທະນາ (Research and Development). ປັດຈຸບັນນີ້, ເກົາລີໃຕ້ກາຍເປັນປະເທດທີ່ຜະລິດ ແລະ ຊົມໃຊ້ເທັກໂນໂລຊີ ແບບບໍ່ນ້ອຍໜ້າໃຜຊາດໃດ. ໂທລະສັບ Sumsung ທີ່ຕິກະຈາຍຕະຫຼາດໂທລະສັບໂລກ ກໍສ້າງຂຶ້ນໂດຍບໍລິສັດເກົາລີໃຕ້. ປັດຈຸບັນ ເສດຖະກິດຂອງເກົາລີໃຕ້ກາຍເປັນເສດຖະກິດທີ່ອາໄສຄວາມຮູ້ ຫຼື Knowledge-based economy, ເຊິ່ງບໍ່ໄດ້ເພິ່ງພາການຜະລິດກະສິກໍາພຶ້ນຖານອີກຕໍ່ໄປ.
ກ້າວເຂົ້າໃນຍຸກໃໝ່ນີ້ ການສຶກສາທີ່ເໜັ້ນໃສ່ການພັດທະນາຊັບພະຍາກອນມະນຸດຜູ້ທີ່ສາມາດປະດິດເທັກໂນໂລຊີຂຶ້ນມານັ້ນ ຍິ່ງມີຄວາມສໍາຄັນ ແລະ ຈໍາເປັນ. ຫຼາຍໆປະເທດທີ່ມີຄວາມຈະເລີນແລ້ວ ໄດ້ໃຊ້ສະຖາບັນການສຶກສາ ເປັນຕົ້ນແມ່ນ ມະຫາວິທະຍາໄລ ເພື່ອເປັນບ່ອນຄົ້ນຄ້ວາ ແລະ ປະດິດເທັກໂນໂລຊີໃໝ່ຂຶ້ນມາ. ບໍ່ດົນມານີ້, ໃນວັນທີ 25 5 2019 ມະຫາວິທະຍາໄລແຫ່ງຊາດສິງກາໂປ (National University of Singapore) ໄດ້ທົດລອງໃຊ້ Driverless Car ຫຼື ລົດທີ່ບໍ່ມີຄົນຂັບ ເພື່ອຮັບສົ່ງນັກສຶກສາພາຍໃນມະຫາວິທະຍາໄລ. ນີ້ຈະກາຍເປັນນະວັດຕະກໍາອັນໃໝ່ ຂອງມວນມະນຸດ.
ຖ້າປະເທດລາວ ຢາກພັດທະນາຢ່າງຍືນຍົງແທ້ ເຮົາຕ້ອງເໜັ້ນໃສ່ການສ້າງຄົນທີ່ມີຄຸນນະພາບ ທີ່ສາມາດສ້າງ ຫຼື ນໍາໃຊ້ເທັກໂນໂລຊີໃໝ່ໆ ເຂົ້າໃນການເຮັດວຽກ ແລະ ການຜະລິດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເກີດຜົນປະໂຫຍດສູງສຸດ. ເຮັດໄດ້ແນວນັ້ນ, ເຮົາກໍຈະເພິ່ງພາຊັບພະຍາກອນທໍາມະຊາດນ້ອຍລົງ. ລາວເຮົາມີໂອກາດໃນການພັດທະນາສູງສົມຄວນ ເພາະປະຊາກອນສ່ວນໃຫຍ່ ເປັນຊາວໜຸ່ມທີ່ສາມາດເຮັດວຽກ ແລະ ພັດທະນາຕົນເອງໄດ້ (ເບິ່ງແຜນວາດໂຄງສ້າງປະຊາກອນຂ້າງລຸ່ມ). ອີງຕາມບົດລາຍງານຂອງ UNFPA, ໃນປີ 2010 ແຮງງານລາວສ່ວນໃຫຍ່ແມ່ນຢູ່ຂະແໜງກະສິກໍາ (2,115,000 ຄົນ), ແຕ່ສາມາດສ້າງ GDP ພຽງແຕ່ 16,056 ພັນລ້ານກີບເທົ່ານັ້ນ. ກົງກັນຂ້າມ, ຂະແໜງບໍລິການ ກວມເອົາແຮງງານພຽງເລັກນ້ອຍ (610,000 ຄົນ) ແຕ່ສາມາດສ້າງມູນຄ່າ GDP ເຖິງ 22, 227 ພັນລ້ານກີບ. ເຊິ່ງຈະເຫັນໄດ້ວ່າມີຄວາມແຕກໂຕງກັນຫຼາຍ. ດັ່ງນັ້ນ, ລາວເຮົາຕ້ອງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ເຮັດວຽກໃນຂະແໜງບໍລິການ ແລະ ອຸດສະຫະກໍາ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຈໍານວນຄົນທີ່ປະກອບອາຊີບດ້ານກະສິກໍາ. ນີ້ກໍບໍ່ໝາຍຄວາມວ່າລະເລີຍຂະແໜງກະສິກໍາ ແຕ່ເຮົາຄວນໃຊ້ການສຶກສາເພື່ອສ້າງຜູ້ປະກອບການໃນຂະແໜງກະສິກໍາໃຫ້ມີຄຸນນະພາບ ຍົກສູງສະມັດຕະພາບໃນການຜະລິດສູງຂຶ້ນ. ແບບວ່າ ເຮັດນ້ອຍ ແຕ່ໄດ້ຫຼາຍ. ສຸດທ້າຍແລ້ວ ຈະພັດທະນາປະເທດຊາດ ເຮົາຕ້ອງພັດທະນາຄົນ.
ຮູບ1: ແຜນວາດໂຄງສ້າງຜົນລະເມືອງລາວ ແລະ ຕາຕະລາງສະແດງການປະກອບອາຊີບ ແລະ GDP ຂອງລາວໃນປີ 201ຳ0
ແຫຼ່ງຂໍ້ມູນ: ບົດລາຍງານ UNFPA ປີ 2015
ເອກະສານອ້າງອີງ:
Easterlin, RA 1981, 'Why isn't the whole world developed?', The Journal of Economic History, vol. 41, no. 1, pp. 1-17.
Hong, K-S & Songan, P 2011, 'ICT in the changing landscape of higher education in Southeast Asia', Australasian Journal of Educational Technology, vol. 27, no. 8.
Jones, WG 2015, Population and Development in Laos: Understanding opportunities, Challenges and Policy Options for Socio-Economic Development, UNFPA.
NUSMedia 2019, Autonomous shuttle trial starts at the National University of Singapore, National University of Singapore (NUS), <http://news.nus.edu.sg/press-releases/autonomous-shuttle-trial-starts-nus>.
Tilak, JB 2001, 'Education and development: Lessons from Asian experience', Indian Social Science Review, vol. 3, no. 2, pp. 219-66.
Comments
Post a Comment