ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ (Lessons from Buddha)

 

ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ



ບົດຮຽນທີ 1: ຕົ້ນໄມ້, ດອກໄມ້, ອາກາດ, ນ້ຳ ແລະ ທ້ອງຟ້າ ເຮົາບໍ່ໄດ້ເປັນເຈົ້າຂອງມັນ, ສະນັ້ນ, ເຮົາຈຶ່ງຄວນຂອບໃຈສິ່ງຮອບຕົວ ແລະ ໃຊ້ຊີວິດຂອງຕົນເອງ ແລະ ຄິດວ່າເຮົາຮຽນຮູ້ບາງຢ່າງ ບໍ່ແມ່ນຮູ້ເລີຍ. ຫາກເຮົາບໍ່ຮຽນຮູ້ເລີຍ ເຮົາຈະຮູ້ສຶກງຸດງິດບໍ່? ຫາກເຮົາງຸດງິດແລ້ວ ເຮົາຈະຕາຍ ຫຼື ບໍ່? ຖ້າເຮົາເຂົ້າໃຈສິ່ງຕ່າງໆອ້ອມຂ້າງ ເຮົາກໍຈະຮູ້ສຶກເບັ່ງບານເໝືອນດັ່ງດອກໄມ້ງາມໃນໂລກນີ້. ຈົ່ງໃຊ້ຊີວິດຢ່າງເປັນອິດສະຫຼະ ຢ່າຍຶດຕິດກັບຜູ້ໃດ.

ບົດຮຽນທີ 2: ການໃຊ້ຊີວິດ

·      ຈົ່ງຄົບຫາຄົນດີໆ.  ຄົນທີ່ບໍ່ຕັ້ງໃຈໃນການໃຊ້ຊີວິດ ພວກເຈົ້າບໍ່ຄວນເຂົ້າໃກ້ ເພາະພວກເຂົາຈະພາໃຫ້ເຈົ້າເສຍຄວາມຕັ້ງໃຈໄປພ້ອມ. ຈົ່ງສ້າງສິ່ງແວດລ້ອມທີ່ດີອ້ອມຕົວຂອງເຈົ້າ ທີ່ສະທ້ອນເຖິ່ງຈິດວິນຍານ.

·        ເມື່ອຄວາມຄິດຂອງເຈົ້າສະອາດແລ້ວ ທຸກການກະທຳຂອງເຈົ້າຈະດີຂຶ້ນ.

·         ບໍ່ວ່າຈະເຮັດຫຍັງ, ຈະເຮັດກິດຈະວັດອັນໃດກໍ່ຕາມ, ຈົ່ງເຂົ້າໃຈມັນ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ. ຖ້າເຮັດອາຫານ, ຢ່າໄດ້ຄິດວ່າເປັນວຽກເປັນການ, ແຕ່ໃຫ້ຄິດວ່າມັນເປັນໂອກາດທີ່ຈະໄດ້ດູແລຕົນເອງ, ດູແລພໍ່ແມ່, ດູແລລູກໆ ແລະ ທຸກໆຄົນທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າດ້ວຍຈິດໃຈທີ່ດີ.

·         ຢ່າເຫັນແກ່ຕົວ ແລະ ຢ່າຢູ່ກັບຕົນເອງເທົ່ານັ້ນ, ຈົ່ງແບ່ງປັນຄວາມສຸກ ແລະ ຄວາມຮັ່ງມີໃຫ້ແກ່ຄົນຢູ່ຮອບຂ້າງດ້ວຍ.

·         ຈົ່ງຢູ່ຫ່າງຈາກການພະນັນ ແລະ ຂອງມື່ນເມົາ.

·         ຈົ່ງທຳຕົນໃຫ້ລຽບງ່າຍ ແລະ ສຸພາບອ່ອນໂຍນ.

·         ເມື່ອໃດທີ່ມີເວລາໃຫ້ເຝົ້າດູແລພິສຸ ແລະ ຝຶກສະມາທິໄປພ້ອມ ເພາະມັນຈະຊ່ວຍເລື່ອງຄວາມກັງວົນໃຈຂອງເຈົ້າໄດ້ ແລະ ເຈົ້າຈະຮູ້ສຶກເຖິງຄວາມສະຫງົບຂອງຈິດໃຈ.

·         ຈົ່ງຈື່ໄວ້ວ່າທຸກໆເຊົ້າຕອນທີ່ເຈົ້າມື່ນຕາຂຶ້ນມາ ມັນຄືເຊົ້າວັນໃໝ່ອີກວັນ. ສິ່ງສຳຄັນເຮົາຕ້ອງຮູ້ວ່າເຮົາກຳລັງເຮັດຫຍັງຢູ່.

·         ຄົນເຮົານັ້ນ ຢ່າລືມຂອບໃຈສິ່ງຕ່າງໆ.

ບົດຮຽນທີ 3:

ຊີວິດແຕ່ງງານນັ້ນ ທີ່ສຳຄັນຕ້ອງມີຄຸນນະພາບ. ຖ້າສາມີ ແລະ ພັນລະຍາ ມີສຳພັດທີ່ງົດງາມ ຄອບຄົວຈະຈະເລີນກ້າວໜ້າ ແລະ ຄວາມຈະເລີນກ້າວໜ້ານັ້ນ ຈະກະຈາຍອອກໄປ ເຮັດໃຫ້ທຸກຄົນອ້ອມຂ້າງມີຄວາມສຸກ. ສາມີ ແລະ ພັນລະຍາ ຕ້ອງສູ້ຊົນໄປດ້ວຍກັນ, ຕ້ອງຢູ່ເໜືອຄວາມສຳພັນທາງກາຍ ແລະ ຄວາມຫວ່າງແຫວນໃນຊັບສິນເງິນທອງ. ພັນລະຍາຖືເປັນສ່ວນໜຶ່ງຂອງສາມີ, ສ່ວນສາມີຄວນເຄົາລົບພັນລະຍາສະເໝີ ແລະ ຕ້ອງໃຫ້ກຽດພັນລະຍາ. ສາມີນັ້ນ ບໍ່ຄວນເຮັດໃຫ້ພັນລະຍາຂອງຕົນອັບອາຍຕໍ່ໜ້າຄົນອື່ນ ສ່ວນພັນລະຍາເອງກໍຕ້ອງປະຕິບັດໜ້າທີ່ຂອງຕົນ ແລະ ສາມີກໍ່ຕ້ອງປະຕິບັດຕາມໜ້າທີ່ຂອງຕົນເຊັ່ນດຽວກັນ. ທັງສອງຄວນຢູ່ຫ່າງຈາກສິ່ງບໍ່ດີ. ສາມີຄວນຄິດເຖິງພັນລະຍາກ່ອນທີ່ຈະຕັດສິນການໃຫຍ່ທຸກຄັ້ງ. ໜ້າທີ່ຂອງພັນລະຍາຄື ຮັກສາມີຂອງນາງຢູ່ສະເໜີ, ຮັກຄອບຄົວຂອງສາມີຄືດັ່ງຄອບຄົວຕົນເອງ, ຕ້ອງດູແລເອົາໃຈໃສ່ຄົນໃນຄອບຄົວ ແລະ ໃຫ້ຄວາມເຄົາລົບແຂກຂອງສາມີ. ຫາກທັງສອງເຂົ້າໃຈກັນ ເມື່ອນັ້ນ ພວກເຈົ້າທັງສອງກໍ່ຈະເຂົ້າເຖິງການຫຼຸດພົ້ນພ້ອມໆກັນ.

ບົດຮຽນທີ 4: ກຳດີ 3 ຢ່າງ

1.    ກຳດີທາງໃຈ

2.    ກຳດີທາງວາຈາ

3.    ກຳດີທາງການປະພຶດ

ບົດຮຽນທີ 5:

·         ຈົ່ງໃຫ້ຄວາມເມດຕາກັບທຸກຄົນ ບໍ່ວ່າຈະຈົນ ຫຼື ລວຍ ທຸກຄົນລ້ວນມີຄວາມທຸກບໍ່ວ່າຈະຫຼາຍ ຫຼື ນ້ອຍ

     ຈົ່ງຢ່າເຊື່ອສິ່ງໃດງ່າຍໆ ແມ່ນແຕ່ຄຳເວົ້າຂອງພະພຸດທະເຈົ້າເອງ ຈົນກວ່າຈະພິສູດໄດ້ແລ້ວດ້ວຍເຫດຜົນ ແລະ ປັນຍາຂອງຕົນເອງ

·        ຊີວິດ ມີເຄັດລັບໜຶ່ງດຽວ ຄືການຈັດການກັບຄວາມຢ້ານກົວ. ຢ່າໄປກັງວົນກັບອານາຄົດ ຫຼື ໂສກເສົ້າກັບອາດີດ ແລະ ຢ່າໄປຍ້ານກົວຄົນທີ່ຍຶດຕິດກັບອາດີດຂອງເຮົາ.

·        ຖ້າເຮົາຍຶດຕິດກັບສິ່ງຂອງ ມື້ໃດມື້ໜຶ່ງ ເຮົາກໍ່ຕ້ອງສູນເສຍມັນໄປ

ບົດຮຽນທີ 6: ເຮົາຄິດແບບໃດກໍ່ຈະເປັນແບບນັ້ນ. ຖ້າເຮົາຄິດບໍ່ດີ, ການກະທຳເຮົາກໍບໍ່ດີ. ຄວາມທຸກຈະຕິດຕາມເຮົາໄປຄືດັ່ງລົດແກ່ເຄື່ອງ. ຖ້າເຮົາເຮັດດີ ເຮົາກໍ່ຈະມີຄວາມສຸກ.

ບົດຮຽນທີ 7: ສາມສິ່ງທີ່ສຳຄັນ

1.    ເຮົາຮັກທຸກສິ່ງດ້ວຍຫົວໃຈ ຫຼື ບໍ່?

2.    ເຮົາມີຊີວິດຢ່າງສົມບູນບໍ່?

3.    ເຮົາສາມາດລະຖີ້ມທຸກຢ່າງນີ້ບໍ່?

ບົດຮຽນທີ 8: ເປົ້າໝາຍຂອງເຮົາຄືການຫາເປົ້າໝາຍໃນຊີວິດ ແລະ ເມື່ອຫາພົບແລ້ວ ຈົ່ງສະຫຼະຫົວໃຈ ແລະ ວິນຍານຂອງເຮົາເພື່ອບັນລຸມັນ.

ບົດຮຽນທີ 9: ພະພຸດທະເຈົ້າກ່າວວ່າ: ທຳມະ ແລະ ພະສົງ ຢູ່ໃນໃຈຂອງທຸກຄົນ.

·                              ການປຸກໃຫ້ຄົນຕື່ນຄືພຸດທະ

·                              ຫຼັງຕື່ນແລ້ວ ເສັ້ນທາງທີ່ເຮົາເດີນຄືພະທຳ

·                              ຄວາມຕັ້ງໃຈແທ້, ການຕັ້ງສະຕິ, ການລວບລວມສະມາທິຄືພະສົງ

ບົດຮຽນທີ 10: ຊີວິດ ແລະ ຄວາມຕາຍຈັບເຮົາບໍ່ໄດ້. ຊີວິດ ບໍ່ໄດ້ໃຫ້ກຳເນີດເຮົາ ແລະ ຄວາມຕາຍກໍ່ບໍ່ສາມາດພາກເຮົາໄປໄດ້ ບໍ່ມີທາງ.

ບົດຮຽນທີ 11: ການກະຕັນຍູຕໍ່ພໍ່ແມ່ນັ້ນ ຄືການໃຊ້ຊີວິດທີ່ສະຫງົບ ແລະ ດີງາມ. ພວກເຮົາທີ່ເກີດເປັນມະນຸດຄວນຈົດຈຳໄວ້. ຈົ່ງສ້າງບຸນກຸສົນ ແລະ ອຸທິດຜົນບຸນໃຫ້ກັບພໍ່ແມ່ດ້ວຍເຖີດ.

ບົດຮຽນທີ 12: ຕະກຽໜຶ່ງສາມາດຈຸດປະກາຍຕະກຽງໄດ້ຫຼາຍດວງ. ມັນບໍ່ໄດ້ເຮັດໃຫ້ແສງທຽນຫຼຸດລົງເລີຍ ແຕ່ກັບເຮັດໃຫ້ມີແສງສະຫວ່າງຫຼາຍຂຶ້ນ. ຄວາມສຸກກໍ່ກະຈາຍຜ່ານການແບ່ງປັນ.

ບົດຮຽນທີ 13: ຈົ່ງຢູ່ກັບປັດຈຸບັນຢ່າງມີສະຕິ

ບົດຮຽນທີ 14: ການຍອມຮັບຄວາມຜິດ ແລະ ໃຫ້ອາໄພຕົນເອງຄືກ້າວທຳອິດຂອງການເຂົ້າໃຈທຸກຢ່າງ

ບົດຮຽນທີ 15: ສິນ 5 ລວມມີ ຫ້າມຂ້າສັດຕັດຊີວິດ, ຫ້າມລັກຊັບຜູ້ອື່ນ, ຫ້າມເຮັດຜິດເລື່ອງຊູສາວ, ຫ້າມເວົ້າຄວາມຕວະ ແລະ ຫ້າມເສບຕິດຂອງມື່ນເມົາທັງຫຼາຍ

ບົດຮຽນທີ 16: ອິດສະຫຼະຂອງຈິດໃຈມີ 3 ຢ່າງຄື: ສິນ, ສະມາທິ ແລະ ປັນຍາ

ບົດຮຽນທີ 17: ພະພຸດທະເຈົ້າກ່າວວ່າ ການລ້າງບາບຕ້ອງປຸກຈິດສຳນຶກໃຫ້ຕື່ນ. ຈົ່ງຢ່າເຊື່ອໃນທຸກສິ່ງທີ່ຂຽນເອົາໄວ້, ທຸກສິ່ງທີ່ຖືກສອນມາ ຫຼື ຖືກກ່າວຢ້ຳມານານ. ຈົ່ງຕັ້ງຂໍ້ສົ່ງໃສ, ຈົ່ງເປັນຕະກຽງຂອງຕົນເອງ

ບົດຮຽນທີ 18: ເອົາຊະນະຄວາມຊົ່ວດ້ວຍຄວາມດີ. ຫາກຄວາມຊົ່ວຢູ່ເໜືອຄວາມດີເມື່ອໃດ ມະນຸດສາດຈະຕ້ອງສີ້ນສຸດ.

ບົດຮຽນທີ 19: ອະລິຍະສັດສີ່

    I I ເມື່ອມີການເກີດ, ຄວາມທຸກຈະເປັນເງົາຕິດຕາມຕົວຂອງມະນຸດ

2.   II      ເຫດຜົນຂອງຄວາມທຸກຄືການຍຶດຕິດກັບບາງສິ່ງ ບໍ່ປ່ອຍວາງ

3.                       III   ທີ່ສຳຄັນ ເຮົາຕ້ອງເຂົ້າເຖິງການໄຖ່ບາບ, ຕັ້ງຕົນຢູ່ເສັ້ນທາງສາຍກາງ; ສິ່ງໃດທີ່ເຂົ້າມາຫາເຮົາ ບໍ່ວ່າຈະເປັນຂ່າວດີ ຫຼື             ຂ່າວຮ້າຍ ຈົ່ງວາງຕົນຢູ່ລະຫວ່າງເລື່ອງທັງສອງ

4.                      IV   ຄວາມທຸກທັງໝົດຈະແຕກຫັກບົນຫົນທາງນີ້ ແລະ ເຮົາຈະພົບກັບຄວາມຈີງອັນສູງສຸດ

ບົດຮຽນທີ 20: ມັກມີອົງ 8- ປັນຍາເຫັນຊອບ, ດຳລົງຊອບ, ເຈລະຈາຊອບ, ປະພຶດຊອບ, ປະກອບອາຊີບຊອບ, ມານະຊອບ, ສະຕິຊອບ ແລະ ສະມາທິຊອບ

 

 

 

 

Comments

Popular posts from this blog

7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້

ເປັນຫຍັງເຮົາ (ບັນດາປະເທດ) ຈຶ່ງພັດທະນາບໍ່ເທົ່າກັນ? ແລ້ວລາວເຮົາເດ?

ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ