ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ
ສະບາຍດີຕອນເຊົ້າ. ຂ້ອຍຂໍເລົ່າປະສົບການຈັກໜ່ອຍກ່ຽວກັບການສຶກສາແດ່ເດີ. ຂ້ອຍມີໂອກາດໄດ້ມາຢາມມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຫຼື National University of Singapore (NUS) ເປັນຄັ້ງທີ່ສອງຫຼັງຈາກຈົບການສຶກສາຢູ່ນີ້ໄດ້ໄລຍະໜຶ່ງ. ຄວາມຮູ້ສຶກກໍ່ຍັງເປັນຄືເກົ່າບໍ່ແຕກຕ່າງ. ເວົ້າເລື່ອງການສຶກສາຮໍ່າຮຽນ, ນັກສຶກສາຢູ່ນີ້ເຂົາເຈົ້າຮຽນໜັກອີລີ ແຕ່ລະຄືນຖ້າເພື່ອນຮ່ວມຫ້ອງຂອງຂ້າພະເຈົ້າໄດ້ນ້ອຍ 6 ຊົ່ວໂມງຕໍ່ມື້ນີ້ຖືວ່າເປັນບຸນແລ້ວ. ນັກສຶກສາແຕ່ລະຄົນ ຈະມີແຜນຂອງຕົນຢ່າງຄັກແນ່ ເປັນແຜນລາຍມື້, ລາຍອາທິດ ແລະ ລາຍເດືອນ ເພື່ອເຂົາເຈົ້າຈະຮູ້ໄດ້ວ່າຕົນເອງຕ້ອງເຮັດຫຍັງ ຮຽນຫຍັງໃຫ້ສຳເລັດໃນແຕ່ລະມື້, ອາທິດ ແລະ ເດືອນ. ບາງຄັ້ງຂ້າພະເຈົ້າຮູ້ສຶກແປກໃຈຫຼາຍເດີກ 1-2 ໂມງເຊົ້າກໍ່ຍັງມີນັກສຶກສາຮຽນໜັງສືຮູ້ຫໍສະໜຸດ. ແຕ່ບໍ່ໜ້າແປກໃຈເລີຍວ່າເປັນຫຍັງນັກສຶກສາຢູ່ NUS ຈຶ່ງກ້າຄິດ, ກ້າເວົ້າ ແລະ ກ້າສະແດງແນວຄິດດີໆອອກມາ ເພາະວ່າເຂົາເຈົ້າຮຽນຫຼາຍ ຮຽນຈິງຈັງນີ້ເອງ. ນັກສຶກສາຢູ່ NUS ມີເວລານ້ອຍຫຼາຍ, ຂະໜາດນັ້ນ ເຂົາເຈົ້າຍັງມີເວລາໄປເຮັດອາສາສະໝັກ. ນັກສຶກສາລາວແລ້ວເຮົາເດ ມີເວລາວ່າງຫຼາຍສຳໃດ ເຮົາກໍ່ຍັງບໍ່ໄປ. ຂ້ອຍຖາມໝູ່ທີ່ເປັນນັກສຶກສາຢູ່ NUS 2-3 ຄົນວ່າ: ຖ້າເຈົ້າໄດ້ຄະແນນ C ຈະຮູ້ສຶກທຳມະດາບໍ່, ຄຳຕອບ: "ຂ້ອຍຈະຮູ້ສຶກຜິດຫວັງຢ່າງໃຫຍ່ເພາະຂະໜາດຂ້ອຍໄດ້ B ຂ້ອຍກະຍັງຜິດຫວັງແລ້ວ". ຂ້ອຍມາຄິດເບິ່ງຕົນເອງ ຕອນເຮົາຮຽນຢູ່ນີ້ເຮົາໄດ້ແຕ່ B ເຮົາຄືມາດີໃຈແທ້. ຄິດໃນໃຈສົມພໍແລະ ປະເທດສິ່ງກະໂປຈຶ່ງຈະເລີນແທ້ ກໍ່ຍ້ອນວ່າເຂົາເຈົ້າມີຊັບພະຍາກອນມະນຸດທີ່ມີຄຸນນະພາບດີນີ້ເອງ.
ທີ່ຂ້ອຍຍົກເລື່ອງນີ້ຂຶ້ນມາເວົ້າກໍ່ເພື່ອຢາກໃຫ້ເຫັນຄວາມແຕກຕ່າງລະຫວ່າງນັກຮຽນບ້ານເຮົາ ແລະ ນັກຮຽນບ້ານເຂົາເຈົ້າ. ເຊິ່ງຢູ່ບ້ານເຮົາຍັງຕ້ອງພະຍາຍາມຫຼາຍເພື່ອໃຫ້ໄລ່ທັນບ້ານເຂົາເຈົ້າ. ຕາມຄວາມຄິດຂອງຂ້ອຍ, ສິ່ງທີ່ນັກຮຽນ ນັກສຶກສາລາວຄວນປ່ຽນມີຄື: 1. ປ່ຽນຈາກກິນເບຍ, ມາກິນອາຫານບຳລຸງສຸກະພາບເພື່ອຈະໄດ້ມີພະລັງວັງຊາໃນການຮໍ່າຮຽນ ແລະ ຈະໄດ້ມີເວລາຄົ້ນຄ້ວາຮໍ່າຮຽນຫຼາຍຂຶ້ນ. 2. ປ່ຽນຈາກເບີ່ງໜັງ (ເວລາຢູ່ຫໍ່ພັກ), ແລ້ວມາອ່ານໜັງສືເພີ່ມຄວາມຮູ້ໃຫ້ຫຼາຍຂື້ນ. 3. ປ່ຽນຈາກການນອນເວັນ, ມາຫຼິ້ນກິດຈະກຳຢູ່ໂຮງຮຽນ ຫຼື ເປັນອາສາສະໝັກເພື່ອໃຊ້ເວລາໃຫ້ເປັນປະໂຫຍດ ແລະ ໄດ້ປະສົບການຫຼາຍຢ່າງ. 4. ປ່ຽນຈາກການລົມກັນຫຼາຍເກີນໄປ, ມາວາງແຜນສ້າງຕາຕາລາງເວລາໃຫ້ຕົນວ່າຈະເຮັດຫຍັງໃນແຕ່ລະມື້.
ຂ້ອຍເຊື້ອວ່າ ຖ້າເຮັດໄດ້ແນວນີ້ ນັກຮຽນລາວກໍ່ຈະເກັ່ງຄືນັກຮຽນບ້ານເຂົາເຈົ້າເຊັ່ນດຽວກັນ, ເພາະວ່າສະໜອງຄົນ 99% ແມ່ນມີຄວາມສາມາດເທົ່າກັນ. ທີ່ແຕກຕ່າງກັນຄືຄວາມພະຍາຍາມ (ຖ້າທ່ານພະຍາຍາມກ່ວາຄົນອື່ນເທົ່າໃດ, ທ່ານກໍ່ຈະເກັ່ງກ່ວາຄົນອື່ນເທົ່ານັ້ນ). ສະນັ້ນ, ຖ້າດຸໝັ້ນ ຄົ້ນຄ້ວາຮໍ່າຮຽນ, ຮູ້ຈັກວາງແຜນເວລາ ແລະ ໃຊ້ມັນຢ່າງຄຸ້ມຄາ, ເຊື້ອໂລດວ່າ ທ່ານນັ້ນແລະ ຈະເປັນຜູ້ທີ່ເກັ່ງ, ສະຫຼາດ ແລະ ມີຄວາມຮູ້ຫຼາຍທີ່ສຸດ.
Thank you TF-LE@RN
ຂຽນຂຶ້ນໃນປີ 2015
Comments
Post a Comment