7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້
ຂ້າພະເຈົ້າ ຈິນດາວອນ ສານລັດ ໄດ້ມີໂອກາດຝຶກອົບຮົບ ຫົວຂໍ້ 7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People) ໃນວັນທີ່ 28-30 ເດືອນ 11 ປີ 2022, ເຊິ່ງເຄີຍໄດ້ອ່ານປື້ມນີ້ຈົນປ່ຽນວິທີຄິດຂອງຕົນເອງຕອນຮຽນ ມະຫາວິທະຍາໄລແຫ່ງຊາດລາວ ຈົນເຮັດໃຫ້ຊີວິດປ່ຽນ. ໂຊກດີຫລາຍທີ່ມີໂອກາດໄດ້ມາຝຶກອົບຮົມຕົວຈິງ ແລະ ດັ່ງນັ້ນ ຂພຈ ຈຶ່ງສະຫລຸບບົດຮຽນທີ່ສໍາຄັນໄວ້ດັ່ງນີ້:ບົດຮຽນສໍາຄັນທີ 1: ຕົ້ນໄມ້ຢືນໄດ້ສູງ ກໍຍ້ອນຮາກຂອງມັນ ເຊິ່ງເຮົາເບິ່ງບໍ່ເຫັນ. ຄົນເຮົາຈະສໍາເລັດ ກໍຍ້ອນການພັດທະນາດ້ານໃນຈົນເປັງປະກາຍອອກດ້ານນອກ. ນີ້ໝາຍຄວາມວ່າ ການສຸມໃສ່ພັດທະນາຄຸນສົມບັດ ແມ່ນສໍາຄັນກວ່າບຸກຄະລິກພາຍນອກ
ບົດຮຽນສໍາຄັນທີ່ 2: Circle of Influence - ສຸມໃສ່ສິ່ງທີ່ເຮົາສາມາດຄວບຄຸມໄດ້ (ເຮັດໄດ້) ແລ້ວອິດທິພົນໃນການແກ້ໄຂບັນຫາຂອງເຮົາຈະເພີ່ມຂຶ້ນ. ສຸມໃສ່ບັນຫາ ແລ້ວບັນຫາຈະເພີ່ມຂຶ້ນ (ແຮງຈົ່ມທຸກ ແຮງພົບບັນຫາ)
ບົດຮຽນສໍາຄັນທີ່ 3: Paradigm ແນວຄວາມຄິດຂອງເຮົາ (ສິ່ງທີ່ເຮົາເຫັນທັງຄວາມຄິດ ແລະ ສາຍຕາ) ມີຜົນຕໍ່ການກະທໍາຂອງເຮົາ ການກະທໍາຂອງເຮົານໍາໄປສູ່ສູ້ຜົນໄດ້ຮັບ (SEE-DO-GET). ຖ້າເຮົາ ຄິດ ແລະ ເຮັດ ແລ້ວບໍ່ໄດ້ຮັບຜົນ, ເຮົາຄວນກັບໄປເບິ່ງ ແລະ ປ່ຽນວິທີຄິດຂອງເຮົາ
7 ອຸປະສິດໄສ ມີດັ່ງນີ້:
Habit 1: Be proactive (Principles: Responsibility, choice, accountability, initiative, resourcefulness)
Habit 2: Begin with the end in mind (Principles: Vision, commitment, purpose)
Habit 3: Put first thing first (Principles: Focus, Integrity, Discipline, Prioritization)
Habit 4: Think win-win (Principles: Mutual benefits, fairness, adundance)
Habit 5: Seek first to understand then to be understood (Principles: Respect, mutual understanding, empathy, courage)
Habit 6: Synergize (Principles: Creativity, cooperation, diversity, humility)
Habit 7: Sharpen the saw (Principles: Renewal, continuous improvement, balance)
Comments
Post a Comment