Posts

7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້

Image
ຂ້າພະເຈົ້າ ຈິນດາວອນ ສານລັດ ໄດ້ມີໂອກາດຝຶກອົບຮົບ ຫົວຂໍ້ 7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People) ໃນວັນທີ່ 28-30 ເດືອນ 11 ປີ 2022, ເຊິ່ງເຄີຍໄດ້ອ່ານປື້ມນີ້ຈົນປ່ຽນວິທີຄິດຂອງຕົນເອງຕອນຮຽນ ມະຫາວິທະຍາໄລແຫ່ງຊາດລາວ ຈົນເຮັດໃຫ້ຊີວິດປ່ຽນ. ໂຊກດີຫລາຍທີ່ມີໂອກາດໄດ້ມາຝຶກອົບຮົມຕົວຈິງ ແລະ ດັ່ງນັ້ນ ຂພຈ ຈຶ່ງສະຫລຸບບົດຮຽນທີ່ສໍາຄັນໄວ້ດັ່ງນີ້: ບົດຮຽນສໍາຄັນທີ 1: ຕົ້ນໄມ້ຢືນໄດ້ສູງ ກໍຍ້ອນຮາກຂອງມັນ ເຊິ່ງເຮົາເບິ່ງບໍ່ເຫັນ. ຄົນເຮົາຈະສໍາເລັດ ກໍຍ້ອນການພັດທະນາດ້ານໃນຈົນເປັງປະກາຍອອກດ້ານນອກ. ນີ້ໝາຍຄວາມວ່າ ການສຸມໃສ່ພັດທະນາຄຸນສົມບັດ ແມ່ນສໍາຄັນກວ່າບຸກຄະລິກພາຍນອກ ບົດຮຽນສໍາຄັນທີ່ 2: Circle of Influence - ສຸມໃສ່ສິ່ງທີ່ເຮົາສາມາດຄວບຄຸມໄດ້ (ເຮັດໄດ້) ແລ້ວອິດທິພົນໃນການແກ້ໄຂບັນຫາຂອງເຮົາຈະເພີ່ມຂຶ້ນ. ສຸມໃສ່ບັນຫາ ແລ້ວບັນຫາຈະເພີ່ມຂຶ້ນ (ແຮງຈົ່ມທຸກ ແຮງພົບບັນຫາ) ບົດຮຽນສໍາຄັນທີ່ 3: Paradigm ແນວຄວາມຄິດຂອງເຮົາ (ສິ່ງທີ່ເຮົາເຫັນທັງຄວາມຄິດ ແລະ ສາຍຕາ) ມີຜົນຕໍ່ການກະທໍາຂອງເຮົາ ການກະທໍາຂອງເຮົານໍາໄປສູ່ສູ້ຜົນໄດ້ຮັບ (SEE-DO-GET). ຖ້າເຮົາ ຄິດ ແລະ ເຮັດ ແລ້ວບໍ່ໄດ້ຮັບຜົນ, ເຮົາຄວນກັບໄປເບິ່ງ ແລະ ປ່ຽນວິທີຄິດຂອງເຮົາ 7 ອຸປະສິດໄສ ມີດ...

Chin's journey of an international student at Flinders University, Adelaide, South Australia (Semester I, 2018)

Image
  A journey of an international student at Flinders University, Adelaide, South Australia (Semester I, 2018) I am Chin, from the northern part of Laos. Thinking about studying in Australia is a very exciting and awesome feeling for me because never before I've been to study in western-like countries.  But here I am experiencing how does it like to study in Australia. After one semester, I’d like to draw some experiences here at Flinders University and share these experiences, particularly with my Lao friends who are looking forward to studying in Australia.   Nature of learning Choosing topics:  I’m doing a Master of Environmental Management. While all topics are already planned for you in Lao education system, at Flinders you can choose around 50% of your preferred topics, while another 50% is core topics that are compulsory to take. I think there are some advantages for allowing students to choose the topics of their own because they can focus on the...

Chindavone's Thank You Letter to the Australia Awards

Image
  I would like thanks to Australia Awards for giving me such a wonderful opportunity to widen my horizon about this world and thanks to Flinders University for accepting me to be a part of the university members. When I was young, my dream was so small, I didn’t know much about the world because I only locked myself in the small town of Phongsaly City, in the northern most part of Laos. At that time, I only hoped that I had enough food to eat and had a peaceful space to live my life without any domestic violates.  But I was fortunate enough to be able to sit in at the National University of Laos studying the environmental management, the major that I myself didn’t know what it was about. The only thing that I knew about was that the environmental major is internationally demanded, which meant I might be able to work with an international organisation. The only hope I had was that the opportunity to work with an international organisation might be translated into a higher amoun...

ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ

Image
  ສະບາຍດີຕອນເຊົ້າ. ຂ້ອຍຂໍເລົ່າປະສົບການຈັກໜ່ອຍກ່ຽວກັບການສຶກສາແດ່ເດີ. ຂ້ອຍມີໂອກາດໄດ້ມາຢາມມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຫຼື National University of Singapore (NUS) ເປັນຄັ້ງທີ່ສອງຫຼັງຈາກຈົບການສຶກສາຢູ່ນີ້ໄດ້ໄລຍະໜຶ່ງ. ຄວາມຮູ້ສຶກກໍ່ຍັງເປັນຄືເກົ່າບໍ່ແຕກຕ່າງ. ເວົ້າເລື່ອງການສຶກສາຮໍ່າຮຽນ, ນັກສຶກສາຢູ່ນີ້ເຂົາເຈົ້າຮຽນໜັກອີລີ ແຕ່ລະຄືນຖ້າເພື່ອນຮ່ວມຫ້ອງຂອງຂ້າພະເຈົ້າໄດ້ນ້ອຍ 6 ຊົ່ວໂມງຕໍ່ມື້ນີ້ຖືວ່າເປັນບຸນແລ້ວ. ນັກສຶກສາແຕ່ລະຄົນ ຈະມີແຜນຂອງຕົນຢ່າງຄັກແນ່ ເປັນແຜນລາຍມື້, ລາຍອາທິດ ແລະ ລາຍເດືອນ ເພື່ອເຂົາເຈົ້າຈະຮູ້ໄດ້ວ່າຕົນເອງຕ້ອງເຮັດຫຍັງ ຮຽນຫຍັງໃຫ້ສຳເລັດໃນແຕ່ລະມື້, ອາທິດ ແລະ ເດືອນ. ບາງຄັ້ງຂ້າພະເຈົ້າຮູ້ສຶກແປກໃຈຫຼາຍເດີກ 1-2 ໂມງເຊົ້າກໍ່ຍັງມີນັກສຶກສາຮຽນໜັງສືຮູ້ຫໍສະໜຸດ. ແຕ່ບໍ່ໜ້າແປກໃຈເລີຍວ່າເປັນຫຍັງນັກສຶກສາຢູ່ NUS ຈຶ່ງກ້າຄິດ, ກ້າເວົ້າ ແລະ ກ້າສະແດງແນວຄິດດີໆອອກມາ ເພາະວ່າເຂົາເຈົ້າຮຽນຫຼາຍ ຮຽນຈິງຈັງນີ້ເອງ. ນັກສຶກສາຢູ່ NUS ມີເວລານ້ອຍຫຼາຍ, ຂະໜາດນັ້ນ ເຂົາເຈົ້າຍັງມີເວລາໄປເຮັດອາສາສະໝັກ. ນັກສຶກສາລາວແລ້ວເຮົາເດ ມີເວລາວ່າງຫຼາຍສຳໃດ ເຮົາກໍ່ຍັງບໍ່ໄປ. ຂ້ອຍຖາມໝູ່ທີ່ເປັນນັກສຶກສາຢູ່ NUS 2-3 ຄົນວ່າ: ຖ້າເຈົ້າໄດ້ຄະແນນ C ຈະຮູ້ສຶກທຳມະດາບໍ່, ...

My Experiences in Montana under 2015 YSEALI academic fellowship -Young Southeast Asian Leaders Initiative

Image
  Today, the scenery in the morning is the same as when I first arrived here in Montana. I heard the nice sound of birds singing around my dormitory and I saw a deer in front of my room which I never have seen before in Laos. I am very lucky to be selected to participate in Young Southeast Asean Leaders Initiative  (Yseali) in the United States for 5 weeks. The project is conducted at the University of Montana which is one of the most beautiful and peaceful city I have seen in my life. The most surprising and impressive thing about Montana is the way people love nature and try to protect the environment.  Some kinds of wildlife especially squirrels, deers and birds are commonly seen in the area around the University of Montana. If I am not wrong, people here in Montana are providing rights to these creatures to stay with the human in a harmonised manner. Many cities are facing big issues regarding urban water management, but here in Montana, a natural stream/creek running...

ບັນທຶກການເດີນທາງ (Travelling Diary)

Image
ບັນທຶກການເດີນທາງ ໃນຂະນະທີ່ຂຽນບົດຄວາມນີ້, ຂ້ອຍນັ່ງຢູ່ຫ້ອງລໍຖ້າຢູ່ສະໜາມບິນ ນາລິຕະ, ເມືອງ ໂຕກຽວ ເພຶ່ອຕໍ່ຍົນໄປລັດ ນິວຢອກ, ໂດຍປາຍທາງແມ່ນເມືອງ ອິທາກາ (Ithaca) ເຊິ່ງເປັນເມືອງທີ່ມະຫາໄລ ຄໍແນວ (Cornell University) ຕັ້ງຢູ່. ຖ້າຍ້ອນອາດີດ 10 ປີ ຄືນຫຼັງ, ການເດີນທາງໄປໄກແສນໄກ ແມ່ນເກືອບວ່າເປັນແນວຄິດທີ່ເປັນໄປບໍ່ໄດ້ ເພາະຄວາມຈິງທີ່ເຮົາປະເຊີນຢູ່ໃນຕອນນັ້ນແມ່ນຫຍຸ້ງຍາກຫຼາຍ ມີອາຫານກິນອີມທຸກຄາບກໍ່ດີແລ້ວ. ແຕ່ສິ່ງດຽວທີ່ຂ້ອຍມີກໍຄື ຄວາມຝັນ ຝັນທີ່ຢາກມີປີກບິນລ່ອງລອຍໄປທົ່ວມູມໂລກ, ຝັນທີ່ຢາກມີອານາຄົດທີ່ດີ. ຄວາມຝັນດັ່ງກ່າວ ໄດ້ເປັນດັ່ງແປວໄຟທີ່ຈຸດປະການໃຫ້ຂ້ອຍຊອກຫາຄວາມຮູ້, ເຊິ່ງຂ້ອຍໄດ້ພົບວ່າ ໜຶ່ງວິທີທີ່ຈະເຮັດໃຫ້ຄົນຈົນຄືເຮົາ ສາມາດບິນໄດ້ນັ້ນແມ່ນການສຶກສາ. ການສຶກສາບໍ່ຈໍາເປັນຕ້ອງເກັ່ງ ແຕ່ຮູ້ວ່າເຮົາຕ້ອງການຫຍັງ (ເຊັ່ນ: ພາສາອັງກິດ ແລະ ວິສາສະເພາະໃດໜຶ່ງ ແມ່ນຂາດບໍ່ໄດ້) ແລ້ວສຸມພັດທະນາສິ່ງທີ່ຕ້ອງການນີ້ຈົນໄດ້. ຂ້ອຍເຊື່ອ ແລະ ໄດ້ຮັບຮູ້ຕົວຈິງວ່າ ການສຶກສາທີ່ຖືກຕ້ອງ ຄືທາງອອກສໍາລັບຄົນຈົນ ທີ່ຈະຫຼຸດພົ້ນຈາກວົງຈອນແຫ່ງຄວາມທຸກ ແລະ ສ້າງອິດສະຫຼະໃຫ້ຕົນເອງຫຼາຍຂຶ້ນ, ເຊິ່ງທຸກໆໃນສັງຄົມເຮັດໄດ້ຖ້າຕັ້ງໃຈພໍ. ຫົນທາງອັນຍາວໄກ ເລີ່ມຕົ້ນດ້ວຍ ໜັງສື ຜ່ານແດນ ແລະ ປີ້ຍົ...

ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ (Lessons from Buddha)

Image
  ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ ບົດຮຽນທີ 1: ຕົ້ນໄມ້, ດອກໄມ້, ອາກາດ, ນ້ຳ ແລະ ທ້ອງຟ້າ ເຮົາບໍ່ໄດ້ເປັນເຈົ້າຂອງມັນ, ສະນັ້ນ, ເຮົາຈຶ່ງຄວນຂອບໃຈສິ່ງຮອບຕົວ ແລະ ໃຊ້ຊີວິດຂອງຕົນເອງ ແລະ ຄິດວ່າເຮົາຮຽນຮູ້ບາງຢ່າງ ບໍ່ແມ່ນຮູ້ເລີຍ. ຫາກເຮົາບໍ່ຮຽນຮູ້ເລີຍ ເຮົາຈະຮູ້ສຶກງຸດງິດບໍ່? ຫາກເຮົາງຸດງິດແລ້ວ ເຮົາຈະຕາຍ ຫຼື ບໍ່? ຖ້າເຮົາເຂົ້າໃຈສິ່ງຕ່າງໆອ້ອມຂ້າງ ເຮົາກໍຈະຮູ້ສຶກເບັ່ງບານເໝືອນດັ່ງດອກໄມ້ງາມໃນໂລກນີ້. ຈົ່ງໃຊ້ຊີວິດຢ່າງເປັນອິດສະຫຼະ ຢ່າຍຶດຕິດກັບຜູ້ໃດ. ບົດຮຽນທີ 2: ການໃຊ້ຊີວິດ ·        ຈົ່ງຄົບຫາຄົນດີໆ.    ຄົນທີ່ບໍ່ຕັ້ງໃຈໃນການໃຊ້ຊີວິດ ພວກເຈົ້າບໍ່ຄວນເຂົ້າໃກ້ ເພາະພວກເຂົາຈະພາໃຫ້ເຈົ້າເສຍຄວາມຕັ້ງໃຈໄປພ້ອມ. ຈົ່ງສ້າງສິ່ງແວດລ້ອມທີ່ດີອ້ອມຕົວຂອງເຈົ້າ ທີ່ສະທ້ອນເຖິ່ງຈິດວິນຍານ. ·          ເມື່ອຄວາມຄິດຂອງເຈົ້າສະອາດແລ້ວ ທຸກການກະທຳຂອງເຈົ້າຈະດີຂຶ້ນ. ·          ບໍ່ວ່າຈະເຮັດຫຍັງ, ຈະເຮັດກິດຈະວັດອັນໃດກໍ່ຕາມ, ຈົ່ງເຂົ້າໃຈມັນ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ. ຖ້າເຮັດອາຫານ, ຢ່າໄດ້ຄິດວ່າເປັນວຽກເປັນການ, ແ...