ຄຸນຄ່າຂອງເຈົ້າ ຢູ່ໃສ? (Self-Worth, do you have it today?)




ທຸກໆຄົນລ້ວນແລ້ວແຕ່ມີຄຸນຄ່າ ແລະ ຄົນທໍາອິດທີ່ຄວນເຫັນຄຸນຄ່ານັ້ນກໍຄືຕົວເຮົາເອງ. ເມື່ອເຮົາເຫັນຄຸນຄ່າຂອງຕົນແລ້ວ, ລັງສີນັ້ນກໍຈະແຜ່ກະຈ່າຍໄປສູ່ຄົນອ້ອມຂ້າງ ເຮັດໃຫ້ເຂົາເຈົ້າເຫັນຄຸນຄ່າຂອງເຮົາເຊັ່ນກັນ. ການຮູ້ຄຸນຄ່າຂອງຕົນນັ້ນ, ສາມາດສະແດງອອກເປັນການກະທໍາໃນຫຼາຍຮູບແບບ ເຊັ່ນວ່າ:
ການເບິ່ງແຍງຕົນເອງເປັນປົກກະຕິ
ການທີ່ເຮົາສາມາດຢູ່ຢ່າງມີຄວາມສຸກໄດ້ດ້ວຍຕົນເອງ
ການແບ່ງປັ່ນຄວາມສຸກ ແລະ ສິ່ງດີໆໃຫ້ຄົນອ້ອມຂ້າງ
ການມີຈຸດຢືນທີ່ຖືກຕ້ອງເປັນຂອງຕົນເອງ
ການບໍ່ຍອມໃຫ້ຄົນອື່ນມາດູຖູກ ແລະ ດູໝື່ນ ແບບບໍ່ຖືກຕ້ອງ
ອື່ນໆ
ສຸດທ້າຍແລ້ວ, ຄົນໆໜຶ່ງຈະມີຄວາມສຸກໄດ້ທຸກວັນ ກໍຕໍ່ເມື່ອເຮົາເຫັນຄຸນຄ່າຂອງຕົນ. ບໍ່ມີໃຜສາມາດທໍາລາຍຄຸນຄ່າຂອງຄົນອື່ນໄດ້, ຖ້າຄົນໆນັ້ນບໍ່ອະນຸຍາດ.
ຈິນດາວອນ
ບົດບັນທຶກສ່ວນຕົວ 
31.12.2018
ທີ່ເມືອງ ອະດິເລດ, ອົດສະຕາລີໃຕ້
English Translation

Everyone is valuable, and the first person to value it is ourselves. When we see our worth, that radiation will spread to those around us so that they can see our worth. Knowing one's worth can be expressed in many ways, such as:
• Regular self-care
• Being able to live happily on your own
• Sharing the joy and good things with those around you
• Having your own right standing points
• Not allowing others to treat you disrespectfully
• Others
After all, a person can be happy every day as we value ourselves. No one can destroy the value of others, unless that person allows.

Chindavone
Diary 
31.12.2018
Adelaide, South Australia

Comments

Popular posts from this blog

7 ອຸປະນິດໄສຂອງຄົນທີ່ມີປະສິດທິພາບສູງ (7 Habits of Highly Effective People)- ສະຫຼຸບຫຍໍ້

ເປັນຫຍັງເຮົາ (ບັນດາປະເທດ) ຈຶ່ງພັດທະນາບໍ່ເທົ່າກັນ? ແລ້ວລາວເຮົາເດ?

ຄວາມແຕກຕ່າງລະຫວ່າງນັກສຶກສາລາວ ກັບ ນັກສຶກສາສິງກະໂປ