Posts

Showing posts from August, 2019

ຄຸນຄ່າຂອງເຈົ້າ ຢູ່ໃສ? (Self-Worth, do you have it today?)

Image
ທຸກໆຄົນລ້ວນແລ້ວແຕ່ມີຄຸນຄ່າ ແລະ ຄົນທໍາອິດທີ່ຄວນເຫັນຄຸນຄ່ານັ້ນກໍຄືຕົວເຮົາເອງ. ເມື່ອເຮົາເຫັນຄຸນຄ່າຂອງຕົນແລ້ວ, ລັງສີນັ້ນກໍຈະແຜ່ກະຈ່າຍໄປສູ່ຄົນອ້ອມຂ້າງ ເຮັດໃຫ້ເຂົາເຈົ້າເຫັນຄຸນຄ່າຂອງເຮົາເຊັ່ນກັນ. ການຮູ້ຄຸນຄ່າຂອງຕົນນັ້ນ, ສາມາດສະແດງອອກເປັນການກະທໍາໃນຫຼາຍຮູບແບບ ເຊັ່ນວ່າ: • ການເບິ່ງແຍງຕົນເອງເປັນປົກກະຕິ • ການທີ່ເຮົາສາມາດຢູ່ຢ່າງມີຄວາມສຸກໄດ້ດ້ວຍຕົນເອງ • ການແບ່ງປັ່ນຄວາມສຸກ ແລະ ສິ່ງດີໆໃຫ້ຄົນອ້ອມຂ້າງ • ການມີຈຸດຢືນທີ່ຖືກຕ້ອງເປັນຂອງຕົນເອງ • ການບໍ່ຍອມໃຫ້ຄົນອື່ນມາດູຖູກ ແລະ ດູໝື່ນ ແບບບໍ່ຖືກຕ້ອງ • ອື່ນໆ ສຸດທ້າຍແລ້ວ, ຄົນໆໜຶ່ງຈະມີຄວາມສຸກໄດ້ທຸກວັນ ກໍຕໍ່ເມື່ອເຮົາເຫັນຄຸນຄ່າຂອງຕົນ. ບໍ່ມີໃຜສາມາດທໍາລາຍຄຸນຄ່າຂອງຄົນອື່ນໄດ້, ຖ້າຄົນໆນັ້ນບໍ່ອະນຸຍາດ. ຈິນດາວອນ ບົດບັນທຶກສ່ວນຕົວ  31.12.2018 ທີ່ເມືອງ ອະດິເລດ, ອົດສະຕາລີໃຕ້ English Translation Everyone is valuable, and the first person to value it is ourselves. When we see our worth, that radiation will spread to those around us so that they can see our worth. Knowing one's worth can be expressed in many ways, such as: • Regular self-ca...

ຝັນ ແລະ ສ້າງຝັນ (Dreams and Do)

Image
ຕະຫຼອດຊີວິດ, ຂ້ອຍໃຊ້ເວລາເພື່ອພິສູດຄໍາເວົ້າທີ່ວ່າ “ຊີວິດ ເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້”. ເຖິງມື້ນີ້ ເຈົ້າອາດຈະຢູ່ໃນສະຖານະການທີ່ຫຍຸ້ງຍາກລໍາບາກ, ຢ່າງນ້ອຍສຸດ ຂ້ອຍກໍຢາກໃຫ້ເຈົ້າມີເປົ້າໝາຍ ແລະ ມີຄວາມຝັນ ເພື່ອຈະພັດທະນາໃຫ້ຕົນໃຫ້ຫຼຸດພົ້ນຈາກສິ່ງທີ່ເປັນຢູ່ໃນປັດຈຸບັນ. ການມີເປົ້າໝາຍ ແລະ ມີຄວາມຝັນ ຍັງເຮັດໃຫ້ການຕື່ນຂື້ນມາໃນທຸກເຊົ້າ ມີຄວາມໝາຍ ເພາະເຮົາຮູ້ວ່າເຮົາຕື່ນມາເພື່ອຈະສານຝັນໃຫ້ຢັບເຂົ້າໃກ້ຄວາມເປັນຈິງ. ເຖິງແມ່ນວ່າມັນຈະດີຂຶ້ນພຽງເລັກນ້ອຍກໍດີ. ບາງຄັ້ງເຮົາອາດຈະຄິດວ່າ ເຖິງພະຍາຍາມເທົ່າໃດ ກໍບໍ່ມີຫຍັງດີຂຶ້ນ. ແຕ່ເຊື້ອເຖາະວ່າ ຖ້າເຈົ້າເຮັດທຸກມື້ ແລະ ເຮັດຢ່າງຕໍ່ເນືອງ, ນັ້ນກໍໝາຍຄວາມວ່າເຈົ້າກໍາລັງຢູ່ໃນຂະບວນສ້າງການປ່ຽນແປງຢ່າງແນ່ນອນ. ພຽງແຕ່ບາງຄັ້ງ, ເຈົ້າອາດຈະບໍ່ເຫັນພາບລວມ ເພາະເຈົ້າຍັງຢູ່ໃນຂະບວນການສ້າງຝັນ. ບໍ່ມີສິ່ງຍິ່ງໃຫຍ່ໃດ ໄດ້ມາຢ່າງງ່າຍດ່າຍ. ຈົ່ງຕັ້ງໃຈ ແລະ ອົດທົນ ຈິນດາວອນ ບັນທຶກສ່ວນຕົວ 16/9/2018 ທີ່ເມືອງ ອາດິເລດ, ອົດສະຕາລີໃຕ້