Posts

ຈົ່ງເຮັດຕົນໃຫ້ເປັນດັ່ງສາຍນໍ້າໃນໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດນິ້ງ (Be like water in a changing world)

Image
ຈົ່ງເຮັດຕົນໃຫ້ເປັນດັ່ງສາຍນໍ້າໃນໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດນິ້ງ (Be like water in a changing world) ຖ້າໃຜຍັງມີຊີວິດຢູ່ ກໍຂໍຍິນດີຕອນຮັບເຂົ້າສູ້ໂລກທີມີການປ່ຽນແປງຢ່າງບໍ່ຢຸດນີ້ງ. ຄວາມຮູ້ສຶກທີຄຸ້ນເຄີຍ ແລະ ປອດໄພ ໃນທີ່ສຸດແລ້ວ ກໍຈະປ່ຽນແປງໄປໃນໄລຍະຕໍ່ມາ ເພາະເຮົາຈະບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນໃນອານາຄົດ. ຊີວິດຈະພິກພັ້ນ ແລະ ປ່ຽນແປງໄດ້ທຸກເວລາ. ໃນເມື່ອການປ່ຽນແປງເປັນສິ່ງທີແນ່ນອນຢູ່ແລ້ວ, ຂ້ອຍຢາກໃຫ້ເຈົ້າເປັນດັ່ງທາດນໍ້າ ທີສາມາດປ່ຽນແປງຮູບໄດ້ທຸກເວລາ. ໃນໂລກແຫ່ງການປ່ຽນແປງນີ້, ຄົນທີ່ຈະມີຊີວິດຫຼອດ ແລະ ງົດງາມ ຄືບຸກຄົນທີ່ມີຄວາມສາມາດປັບຕົວກັບທຸກສະຖານະການ. ຈົ່ງເປັນຄົນທີ່ມີຄວາມກ້າ, ມີຄວາມເຂັ້ມແຂງ ແລະ ຈົ່ງຢ່າຢ້ານກົວທີ່ຈະເດີນຕາມຄວາມຝັນຂອງຕົນ. ຈົ່ງເປີດໃຈໃຫ້ກັບສິ່ງໃໝ່ໆ ເປີດໃຈໃຫ້ແກ່ໂອກາດທີ່ບໍ່ມີວັນສິ້ນສຸດ. ຢ່າຢຸດທີຈະຮຽນຮູ້ ແລະ ທົດລອງສິ່ງໃໝ່ໆ. ເພາະຄວາມຮູ້ຄືອໍານາດ ແລະ ການໃຊ້ຄວາມຮູ້ມາປະຕິບັດຕົວຈິງຢ່າງຕໍ່ເນືອງ ເຮັດໃຫ້ຄວາມຮູ້ນັ້ນປະກົດຜົນເປັນຈິງ. ໃນໂລກຍຸກນີ້ ເຈົ້າສາມາດສຶກສາຮໍ່າຮຽນໄດ້ທຸກຫົນທຸກແຫ່ງ, ການທີ່ເຈົ້າເປັນຄົນສະແຫວ່ງຫາຄວາມຮູ້ ມີຄວາມສໍາຄັນຫຼາຍຍິ່ງກວ່າ ເຈົ້າຢູ່ໃສໃນຕອນນີ້. ສະນັ້ນ, ຈົ່ງສະແຫວ່ງຫາ ແລະ ເປັນຕົວ...

ຂໍ້ຄິດໃນວັນນີ້ ຈາກຫຼັກການ P/PC Balance

Image
ເມື່ອເວົ້າເຖິງການດໍາລົງຊີວິດ ຫຼາຍໆຄົນກໍຢາກໃຫ້ຕົນເອງປະສົບຜົນສໍາເລັດ. ປະສົບຜົນສໍາເລັດໃນທີ່ນີ້ອາດໝາຍເຖິງ ຄວາມກ້າວໜ້າໃນການສຶກສາຮໍ່າຮຽນ, ຄວາມກ້າວໜ້າໃນໜ້າທີ່ການງານ, ການມີອິດສະຫຼະ ແລະ ຄວາມໝັ້ນຄົນທາງດ້ານການເງິນ ແລະ ອື່ນໆ. ເຊິ່ງສິ່ງເຫຼົ່ານີ້, ສຸດທ້າຍແລ້ວ ກໍເພື່ອເຮັດໃຫ້ຕົນເອງ ແລະ ຄົນທີຕົນຮັກມີຄວາມສຸກ.  ແຕ່ເຄີຍສົງໃສບໍ່ວ່າ ເປັນຫຍັງ ບາງຄົນເຮັດໄດ້ດີ ແລະ ປະສົບຜົນສໍາເລັດ ໃນຂະນະທີຄົນອື່ນລົ້ມແຫຼວ?  ມື້ນີ້ ຂ້າພະເຈົ້າໄດ້ອ່ານປື້ມ ເຈັດອຸປະນິດໃສຂອງຄົນທີ່ມີປະສິດທິຜົນ ຂຽນໂດຍ Stephen Covey (ສເຕຟັນ ໂຄເວ) ແລະ ໄດ້ຂໍຄິດຕໍ່ກັບຄໍາຖາມທີ່ກ່າວໄວ້ຂ້າງເທິງນັ້ນ ເລີຍຢາກແບ່ງປັນ.  ທ່ານ ສເຕຟັນ ໄດ້ກ່າວໄວ້ວ່າ:  ຄົນທີ່ປະສົບຜົນສໍາເລັດຕ້ອງເປັນຄົນທີມີປະສິດທິຜົນທີແທ້ຈິງ. ຄົນທີ່ມີປະສິດທິຜົນທີແທ້ຈິງນັ້ນ ຕ້ອງມີ 2 ອົງປະກອບ ຄື: ຜົນຂອງງານ (Product) ແລະ ຄວາມສາມາດໃນການຜະລິດຜົນຂອງງານ (Production Capacity).  ທ່ານ  ສເຕຟັນໄດ້ ຂຽນເປັນສູດອອກມາວ່າ PC = P ເຊິ່ງເປັນສູດແຫ່ງຄວາມສໍາເລັດ. ເພີ່ນໄດ້ອະທິບາຍໄວ້ວ່າ ກ່ອນຈະເປັນຄົນມີປະສິດທິຜົນ ແລະ ກາຍເປັນຜູ້ ປະສົບຜົນສໍາເລັດນັ້ນ  ຄົນຜູ້ໜຶ່ງຕ້ອງໄດ້ພັດທະນ...