Posts

Showing posts from February, 2022

ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ (Lessons from Buddha)

Image
  ບົດສະຫຼຸບຫຍໍ້ ຄຳສອນຈາກເລື່ອງ ພະພຸດທະເຈົ້າ ມະຫາສາດສະດາໂລກ ບົດຮຽນທີ 1: ຕົ້ນໄມ້, ດອກໄມ້, ອາກາດ, ນ້ຳ ແລະ ທ້ອງຟ້າ ເຮົາບໍ່ໄດ້ເປັນເຈົ້າຂອງມັນ, ສະນັ້ນ, ເຮົາຈຶ່ງຄວນຂອບໃຈສິ່ງຮອບຕົວ ແລະ ໃຊ້ຊີວິດຂອງຕົນເອງ ແລະ ຄິດວ່າເຮົາຮຽນຮູ້ບາງຢ່າງ ບໍ່ແມ່ນຮູ້ເລີຍ. ຫາກເຮົາບໍ່ຮຽນຮູ້ເລີຍ ເຮົາຈະຮູ້ສຶກງຸດງິດບໍ່? ຫາກເຮົາງຸດງິດແລ້ວ ເຮົາຈະຕາຍ ຫຼື ບໍ່? ຖ້າເຮົາເຂົ້າໃຈສິ່ງຕ່າງໆອ້ອມຂ້າງ ເຮົາກໍຈະຮູ້ສຶກເບັ່ງບານເໝືອນດັ່ງດອກໄມ້ງາມໃນໂລກນີ້. ຈົ່ງໃຊ້ຊີວິດຢ່າງເປັນອິດສະຫຼະ ຢ່າຍຶດຕິດກັບຜູ້ໃດ. ບົດຮຽນທີ 2: ການໃຊ້ຊີວິດ ·        ຈົ່ງຄົບຫາຄົນດີໆ.    ຄົນທີ່ບໍ່ຕັ້ງໃຈໃນການໃຊ້ຊີວິດ ພວກເຈົ້າບໍ່ຄວນເຂົ້າໃກ້ ເພາະພວກເຂົາຈະພາໃຫ້ເຈົ້າເສຍຄວາມຕັ້ງໃຈໄປພ້ອມ. ຈົ່ງສ້າງສິ່ງແວດລ້ອມທີ່ດີອ້ອມຕົວຂອງເຈົ້າ ທີ່ສະທ້ອນເຖິ່ງຈິດວິນຍານ. ·          ເມື່ອຄວາມຄິດຂອງເຈົ້າສະອາດແລ້ວ ທຸກການກະທຳຂອງເຈົ້າຈະດີຂຶ້ນ. ·          ບໍ່ວ່າຈະເຮັດຫຍັງ, ຈະເຮັດກິດຈະວັດອັນໃດກໍ່ຕາມ, ຈົ່ງເຂົ້າໃຈມັນ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ. ຖ້າເຮັດອາຫານ, ຢ່າໄດ້ຄິດວ່າເປັນວຽກເປັນການ, ແ...