ຂໍ້ຄິດໃນວັນນີ້ ຈາກຫຼັກການ P/PC Balance

ເມື່ອເວົ້າເຖິງການດໍາລົງຊີວິດ ຫຼາຍໆຄົນກໍຢາກໃຫ້ຕົນເອງປະສົບຜົນສໍາເລັດ. ປະສົບຜົນສໍາເລັດໃນທີ່ນີ້ອາດໝາຍເຖິງ ຄວາມກ້າວໜ້າໃນການສຶກສາຮໍ່າຮຽນ, ຄວາມກ້າວໜ້າໃນໜ້າທີ່ການງານ, ການມີອິດສະຫຼະ ແລະ ຄວາມໝັ້ນຄົນທາງດ້ານການເງິນ ແລະ ອື່ນໆ. ເຊິ່ງສິ່ງເຫຼົ່ານີ້, ສຸດທ້າຍແລ້ວ ກໍເພື່ອເຮັດໃຫ້ຕົນເອງ ແລະ ຄົນທີຕົນຮັກມີຄວາມສຸກ. ແຕ່ເຄີຍສົງໃສບໍ່ວ່າ ເປັນຫຍັງ ບາງຄົນເຮັດໄດ້ດີ ແລະ ປະສົບຜົນສໍາເລັດ ໃນຂະນະທີຄົນອື່ນລົ້ມແຫຼວ? ມື້ນີ້ ຂ້າພະເຈົ້າໄດ້ອ່ານປື້ມ ເຈັດອຸປະນິດໃສຂອງຄົນທີ່ມີປະສິດທິຜົນ ຂຽນໂດຍ Stephen Covey (ສເຕຟັນ ໂຄເວ) ແລະ ໄດ້ຂໍຄິດຕໍ່ກັບຄໍາຖາມທີ່ກ່າວໄວ້ຂ້າງເທິງນັ້ນ ເລີຍຢາກແບ່ງປັນ. ທ່ານ ສເຕຟັນ ໄດ້ກ່າວໄວ້ວ່າ: ຄົນທີ່ປະສົບຜົນສໍາເລັດຕ້ອງເປັນຄົນທີມີປະສິດທິຜົນທີແທ້ຈິງ. ຄົນທີ່ມີປະສິດທິຜົນທີແທ້ຈິງນັ້ນ ຕ້ອງມີ 2 ອົງປະກອບ ຄື: ຜົນຂອງງານ (Product) ແລະ ຄວາມສາມາດໃນການຜະລິດຜົນຂອງງານ (Production Capacity). ທ່ານ ສເຕຟັນໄດ້ ຂຽນເປັນສູດອອກມາວ່າ PC = P ເຊິ່ງເປັນສູດແຫ່ງຄວາມສໍາເລັດ. ເພີ່ນໄດ້ອະທິບາຍໄວ້ວ່າ ກ່ອນຈະເປັນຄົນມີປະສິດທິຜົນ ແລະ ກາຍເປັນຜູ້ ປະສົບຜົນສໍາເລັດນັ້ນ ຄົນຜູ້ໜຶ່ງຕ້ອງໄດ້ພັດທະນ...