Posts

Showing posts from October, 2018

ຈົ່ງເຮັດຕົນໃຫ້ເປັນດັ່ງສາຍນໍ້າໃນໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດນິ້ງ (Be like water in a changing world)

Image
ຈົ່ງເຮັດຕົນໃຫ້ເປັນດັ່ງສາຍນໍ້າໃນໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດນິ້ງ (Be like water in a changing world) ຖ້າໃຜຍັງມີຊີວິດຢູ່ ກໍຂໍຍິນດີຕອນຮັບເຂົ້າສູ້ໂລກທີມີການປ່ຽນແປງຢ່າງບໍ່ຢຸດນີ້ງ. ຄວາມຮູ້ສຶກທີຄຸ້ນເຄີຍ ແລະ ປອດໄພ ໃນທີ່ສຸດແລ້ວ ກໍຈະປ່ຽນແປງໄປໃນໄລຍະຕໍ່ມາ ເພາະເຮົາຈະບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນໃນອານາຄົດ. ຊີວິດຈະພິກພັ້ນ ແລະ ປ່ຽນແປງໄດ້ທຸກເວລາ. ໃນເມື່ອການປ່ຽນແປງເປັນສິ່ງທີແນ່ນອນຢູ່ແລ້ວ, ຂ້ອຍຢາກໃຫ້ເຈົ້າເປັນດັ່ງທາດນໍ້າ ທີສາມາດປ່ຽນແປງຮູບໄດ້ທຸກເວລາ. ໃນໂລກແຫ່ງການປ່ຽນແປງນີ້, ຄົນທີ່ຈະມີຊີວິດຫຼອດ ແລະ ງົດງາມ ຄືບຸກຄົນທີ່ມີຄວາມສາມາດປັບຕົວກັບທຸກສະຖານະການ. ຈົ່ງເປັນຄົນທີ່ມີຄວາມກ້າ, ມີຄວາມເຂັ້ມແຂງ ແລະ ຈົ່ງຢ່າຢ້ານກົວທີ່ຈະເດີນຕາມຄວາມຝັນຂອງຕົນ. ຈົ່ງເປີດໃຈໃຫ້ກັບສິ່ງໃໝ່ໆ ເປີດໃຈໃຫ້ແກ່ໂອກາດທີ່ບໍ່ມີວັນສິ້ນສຸດ. ຢ່າຢຸດທີຈະຮຽນຮູ້ ແລະ ທົດລອງສິ່ງໃໝ່ໆ. ເພາະຄວາມຮູ້ຄືອໍານາດ ແລະ ການໃຊ້ຄວາມຮູ້ມາປະຕິບັດຕົວຈິງຢ່າງຕໍ່ເນືອງ ເຮັດໃຫ້ຄວາມຮູ້ນັ້ນປະກົດຜົນເປັນຈິງ. ໃນໂລກຍຸກນີ້ ເຈົ້າສາມາດສຶກສາຮໍ່າຮຽນໄດ້ທຸກຫົນທຸກແຫ່ງ, ການທີ່ເຈົ້າເປັນຄົນສະແຫວ່ງຫາຄວາມຮູ້ ມີຄວາມສໍາຄັນຫຼາຍຍິ່ງກວ່າ ເຈົ້າຢູ່ໃສໃນຕອນນີ້. ສະນັ້ນ, ຈົ່ງສະແຫວ່ງຫາ ແລະ ເປັນຕົວ...